ຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2023-2024 ໃນວັນທີ 6 ສິງຫາ 2024 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການເປັນປະທານ ຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກ, ມີ ທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ, ທ່ານ ອະທິການບໍດີມະຫາວິທະຍາໄລ, ວິທະຍາໄລ, ອາດີດການນຳພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ 1 ນະຄອນ-ຫຼວງພະບາງ, ຜູ້ອຳນວຍການສະຖາບັນ, ສູນ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ໃນກອງປະຊຸມ ຜູ້ແທນຈະໄດ້ຮັບຟັງຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳປີ 2023-2024, ແຜນພັດທະນາການສຶກສາ ແລະ ກິລາ ປີ 2024-2025,
ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ມະຕິເລກທີ 1818/ສກຂ, ມະຕິເລກທີ485/ສກຂ, ບົດລາຍງານການແກ້ໄຂການຂາດແຄນຄູ ເຂດຊົນນະບົດ ແລະ ການປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ການຈັດຕັ້ງປະຕິບັດການສອນນັກຮຽນເກັ່ງ, ການສອນຈົບຊັ້ນ ປ.5, ມ.4, ມ.7 ແລະ ການປະເມີນການຮຽນຂອງນັກຮຽນ ປ3-ປ5, ພ້ອມກັນນັ້ນຈະໄດ້ຮັບຟັງການລາຍງານການກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກໍາກິລານັກຮຽນທົ່ວປະເທດທີ່ແຂວງສາລະວັນເປັນເຈົ້າພາບ, ລວມເຖິງການສ້າງໂຮງຮຽນຕົວແບບດ້ານພາລະ-ສິລະປະສຶກສາ, ການຮຽນ ປກສ-ປກຊ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຕ້ານ ແລະ ສະກັດກັ້ນສິ່ງເສບຕິດໃນຂົງເຂດຂະແໜງການສຶກສາ ແລະ ກິລາ ສະບາງຕົວເລກຂອງການປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາ ອັດຕາການປະລະ ບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ ແລະ ວຽກ ຈຸດສຸມຕ່າງໆ, ຜົນສຳເລັດ, ວຽກຈຸດສຸມ ແລະ ທິດທາງແຜນການຂອງຂະແໜງຕ່າງໆ ຈາກນັ້ນຜູ້ແທນກອງ ປະຊຸມທັງໝົດຈະໄດ້ປຶກສາຫາລື ຄົ້ນຄວ້າ ປະກອບຄໍາຄິດຄຳເຫັນໃສ່ບັນດາຄາດໝາຍທີ່ສະພາໄດ້ຮັບຮອງ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນຖືກຕ້ອງກັບຄວາມເປັນຈິງທີ່ຜ່ານມາ ວ່າມີ ດ້ານດີ, ດ້ານອ່ອນ,ຂໍ້ສະດວກ, ຂໍ້ຫຍຸ້ງຍາກຂໍ້ຄົງຄ້າງແນວໃດ ແລະ ຍັງບັນດາຄາດໝາຍໃດທີ່ຍັງບໍ່ທັນສຳເລັດ ເພື່ອໃຫ້ຜູ້ແທນກອງປະຊຸມຊ່ວຍກັນຄົ້ນຄວ້າຊອກວິທີທາງແກ້ໄຂທີ່ດີນຳກັນ.