ທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ ໄດ້ໃຫ້ກຽດລົງຕິດຕາມຊຸກຍູ້ການສອບເສັງຈົບຊັ້ນມັດທະຍົມປາຍ ມ7 ທີ່ສູນ ສອບເສັງ ມສ ສັນຕິພາບ ແລະ ມສ ປ່ອງຄຳ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ເມື່ອວັນທີ 19 ມິຖຸນາ 2024 ຜ່ານມານີ້ ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍຄະນະຮັບຜິດຊອບການສອບເສັງ ແລະ ຄູອາຈານເຂົ້າຮ່ວມ.
ການສອບເສັງຈົບຊັ້ນມັດທະຍົມປາຍ ມ7 ປະຈໍາສົກຮຽນ 2023-2024 ທົ່ວແຂວງຫຼວງພະບາງມີໂຮງຮຽນມັດທະຍົມທັງໝົດ 113 ແຫ່ງ, ໃນນີ້ມີໂຮງຮຽນມັດທະຍົມຕອນຕົ້ນ 69 ແຫ່ງ, ມັດທະຍົມສົມບູນ 43 ແຫ່ງ, ມັດທະຍົມປາຍ 1 ແຫ່ງ, ນັກຮຽນທີ່ມີເງຶ່ອນໄຂສອບເສັງທັງໝົົດ 2.645 ຄົນ,ຍິງ 1.104 ຄົນ, ປະກອບມີສູນສອບເສັງທັງໝົດ 38 ສູນ, ມີ 133 ຫ້ອງສອບເສັງ ແລະ ມີນັກຮຽນຫ້ອງ 2 ພາສາ ລາວ-ຝຣັ່ງ ຈາກໂຮງຮຽນ ມສ ປະຊາທິປະໄຕ ຈໍານວນ 58 ຄົນ,ຍິງ 29 ຄົນ, ໃນນີ້ສຳລັບສູນສອບເສັງ ມສ ສັນຕິພາບ ມີນັກສອບເສັງທັງໝົດ 425 ຄົນ, ຍິງ 185 ຄົນ ແລະ ສູນ ມສ ປ່ອງຄຳ ມີນັກສອບເສັງມາຈາກ 2 ໂຮງຮຽນເຂົ້າຮ່ວມຄື: ມສ ປ່ອງຄຳ, ມສ ເດັກກໍ່າພ້າ, ມີນັກສອບເສັງທັງໝົດ 171 ຄົນ, ຍິງ 91 ຄົນ.