ພິທີມອບ-ຮັບ ໜ້າທີ່ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 4 ກໍລະກົດ 2024 ນີ້ ຢູ່ສະໂມສອນມະຫາວິທະຍາໄລສຸພານຸວົງ ວິທະຍາເຂດບ້ານດອນໃໝ່ ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ-ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ ແລະຄູ-ອາຈານໃນມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມ.
ພິທີ ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ຜູ້ເກົ່າ ໄດ້ຜ່ານບົດສະຫຼຸບການຊີ້ນຳວຽກງານໃນໄລຍະຜ່ານມາ ຍົກໃຫ້ເຫັນບັນດາຜົນສຳເລັດ ຂອງບັນດາຂະແໜງການພາຍໃນພະແນກ, ອັນໄດ້ປະກອບສ່ວນການບັນລຸ 15 ຄາດໝາຍ ທີ່ສະພາປະຊາຊົນແຂວງຮັບຮອງ ໃນນັ້ນ ມີຫຼາຍຄາດໝາຍສາມາດບັນລຸຜົນສຳເລັດ ແລະມີທ່ວງທ່າດີຂື້ນ ແຕ່ມີບາງຄາດໝາຍທີ່ປະສັບບັນຫາ ແລະສີ່ງທ້າທາຍ. ຈາກນັ້ນ ຕາງໜ້າຄະນະຮັບຜິດຊອບ, ໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ແລະຂໍ້ຕົກລົງ ຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການຍົກຍ້າຍ ທ່ານ ປອ ວົງເພັດ ອຸດົມລິດ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄປປະຈຳການຢູ່ກະຊວງສຶກສາທິການ ແລະ ກິລາ ແລະແຕ່ງຕັ້ງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ ເປັນເລຂາຄະນະພັກຮາກຖານ ທັງເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ. ໂອກາດນີ້ ໄດ້ມີການລົງນາມບົດບັນທຶກການ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ, ຕອນທ້າຍ ທ່ານ ບຸນເລື່ອມ ມະນີວົງ ໄດ້ມີຄໍາເຫັນກ່ຽວກັບ ການປັບປຸງ ລະບົບກົງຈັກການຈັດຕັ້ງໃນໄລຍະໃໝ່, ແມ່ນເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງຂອງວຽກງານແຕ່ລະດ້ານ ໃຫ້ປະສົບຜົນສຳເລັດຕາມທິດທາງ ແລະຄາດໝາຍທີ່ວາງໄວ້, ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຜູ້ຮັບໜ້າທີ່ໃໝ່ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂື້ນ ເພື່ອເຮັດໃຫ້ບັນດາຕົວເລກຄາດໝາຍດ້ານການສຶກສາ ທີ່ສະພາປະຊາຊົນແຂວງໄດ້ກຳນົດໄວ້ ບັນລຸຜົນສຳເລັດຕາມແຜນທີ່ວາງໄວ້.