WhatsApp Image 2024 09 20 at 08.25.35

 

     

Featured

ໄຂສົກຮຽນໃໝ່ 2024-2025

457516270 910784611077274 5053286815979336288 n
ແຂວງຫຼວງພະບາງຈັດພິທີໄຂສົກຮຽນໃໝ່ ສາຍສາມັນສຶກສາ 2024-2025 ໃນຕອນເຊົ້າຂອງວັນທີ 3 ກັນຍາ 2024 ນີ້, ທີ່ໂຮງຮຽນມັດທະຍົມສົມບູນປ່ອງຄຳ ນະຄອນ-ຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ເຂົ້າຮ່ວມມີ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະນໍາຂອງແຂວງ,ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ຫົວໜ້າຮອງ-ຫົວໜ້າ ຂະແໜງ,ຜູ້ບໍລິຫານການສຶກສາທິການ ແລະ ກິລາຂັ້ນແຂວງ-ເມືອງ, ຜູ້ອຳນວຍການ ໂຮງຮຽນທັງພາກລັດ ແລະ ເອກະຊົນ, ພະນັກງານ, ຄູ-ອາຈານ, ຕະຫຼອດຮອດນ້ອງນັກຮຽນ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກ່າວໃຫ້ຮູ້ວ່າ: ວຽກງານການສຶກສາເປັນວຽກງານໜຶ່ງທີ່ພັກ-ລັດຖະບານໄດ້ວາງນະໂຍບາຍເອົາການສຶກສາໄປກ່ອນບາດກ້າວໜຶ່ງ ຖືເອົາການພັດທະນາຊັບພະຍາກອນມະນຸດເປັນກົກ, ເປັນຂໍກຸນແຈທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພະແນກສຶກສາທິການ ແລະ ກິລາແຂວງໄດ້ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານເພື່ອຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດ ແລະ ວຽກຈຸດສຸມຢ່າງຕັ້ງໜ້າ ຂະຫຍາຍໂຮງຮຽນອະນະບານ, ຫ້ອງກຽມປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມສົມບູນຈຳນວນໜຶ່ງ
ໄປສູ່ເຂດຫ່າງໄກສົກຫຼີກ, ການຈັດການຮຽນ-ການສອນໃນສົກຮຽນ 2024-2025 ຊັ້ນລ້ຽງເດັກ ຈັດການຮຽນ-ການສອນ ແລະ ຝຶກແອບໃຫ້ສອດຄ່ອງກັບການພັດທະນາຂອງເດັກຕາມເກນອາຍຸ, ຊັ້ນອະນຸບານ ຈັດການຮຽນ-ການສອນໂດຍຜ່ານກິດຈະກໍາປະຈຳວັນເຊັ່ນ: ກິດຈະກຳການໄຫວ-ຈັ່ງຫວະ, ສະລະປະສ້າງສັນ, ຫຼິ້ນກາງແຈ້ງ, ຫຼິ້ນເກມການສຶກສາ, ຊັ້ນປະຖົມສຶກສາປີທີ1ຮອດປີທີ5 ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ເລກທີ 4890/ສສກ, ລົງວັນທີ 11 ກັນຍາ 2023, ມັດທະຍົມຕົ້ນໃຫ້ປະຕິບັດຕາມຫຼັກສູດຊັ້ນມັດທະຍົມຕົ້ນສະບັບເລກທີ 1007/ສສ.ສວສ/09, ລົງວັນທີ 12 ຕຸລາ 2011 ແລະ ຊັ້ນມັດທະຍົມສຶກສາຕອນປາຍໃຫ້ຈັດຕັ້ງປະຕິບັດຕາມຫຼັກສູດຊັ້ນມັດທະຍົມສຶກສາຕອນປາຍ ສະບັບເລກທີ 325/ສສ.ສວສ/011, ລົງວັນທີ 8 ກຸມພາ 2011, ໃຫ້ຄູ-ອາຈານແຕ່ງບົດສອນຄົບທຸກວິຊາ ທຸກຂັ້ນຮຽນ, ສໍາລັບຊັ້ນປະຖົມສຶກສາໃຫ້ແຕ່ງບົດສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ກິດຈະກໍາທີ່ເນັ້ນການປະຕິບັດຕົວຈິງໂດຍປະຕິບັດຕາມຫຼັກສູດ ແລະ ຄູ່ມືສະບັບປັບປຸງໃໝ່, ຄູປະຕິບັດຕາມ 5 ບາດກ້າວຂອງບັນດາຫຼັກການສອນ, ວິທີການສອນ ໂດຍສົ່ງເສີມໃຫ້ນຳໃຊ້ເຕັກນິກການສອນດ້ວຍຫຼາຍຮູບແບບເນັ້ນການສອນແບບເອົານັກຮຽນເປັນໃຈກາງ, ນັກຮຽນມີສ່ວນຮ່ວມ ພ້ອມທັງສຶກສາອົບຮົມການເມືອງແນວຄິດເຂົ້າໃນທຸກການສອນ, ໂຮງຮຽນຕ້ອງຊຸກຍູ້ການນິເທດພາຍໃນຢ່າງເປັນປົກກະຕິ.
ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ, ທ່ານໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ-ອາຈານ ແລະ ນ້ອງນັກຮຽນໃຫ້ສືບຕໍ່ເອົາໃຈໃສ່ສຶກສາຄົ້ນຄວ້າຮໍ່າຮຽນ, ພ້ອມກັນຄົ້ນຄວ້າຊອກຫາສາເຫດທີ່ເປັນອຸປະສັກ, ຂໍ້ຄົງຄ້າງ ແລະ ເປັນສິ່ງທ້າທາຍໃຫ້ໄດ້ຢ່າງຊັດເຈນ ແລະ ກຳນົດວິທີແກ້ໄຂໃຫ້ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ, ສືບຕໍ່ຮັກສາມູນເຊື້ອ ແລະ ເສີມຂະຫຍາຍນັກຮຽນເກັ່ງຂອງແຕ່ລະຊັ້ນໃຫ້ເພີ່ມຂື້ນ, ສືບຕໍ່ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາຂັ້ນຕ່າງໆໃນການປຸກລະດົມ ແລະ ເປັນເຈົ້າການໃນການປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາເພື່ອເຮັດໃຫ້ເດັກໃນເກນອາຍຸໄດ້ເຂົ້າຮຽນເພີ່ມຂື້ນ ແລະ ເຮັດໃຫ້ອັດຕາເຂົ້າຮຽນຂອງຊັ້ນຕ່າງໆບັນລຸຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ ແລະ ສຸມໃສ່ແກ້ໄຂບັນດາຕົວຊີ້ວັດ, ຄາດໝາຍທີ່ຍັງບໍ່ທັນສຳເລັດໃຫ້ປະກົດຜົນເປັນຈິງ, ນອກຈາກນີ້ ກໍ່ຕ້ອງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບ ເອົາໃຈໃສ່ສ້າງໃຫ້ໄດ້ຄູປະສົບການ-ຄູຊໍານານ ຄຽງຄູ່ກັບການສ້າງໂຮງຮຽນຕົວແບບ, ໂຮງຮຽນຄຸນນະພາບໃຫ້ໄດ້ຫຼາຍກວ່າເກົ່າ.
ຕອນທ້າຍພິທີ ທ່ານ ພ້ອມດ້ວຍຄະນະປະທານ, ການນໍາຂອງແຂວງ-ເມືອງ ພ້ອມດ້ວຍຜູ້ບໍລິຫານການສຶກສາ ໄດ້ໃຫ້ກຽດລັ່ນຄ້ອງ 9 ບາດ ແລະ ປ່ອຍແຖບຜ້າ ເພື່ອເປັນສັນຍານໃນການໄຂສົກຮຽນໃໝ່ 2024-2025 ໃນທົ່ວແຂວງຫຼວງພະບາງຢ່າງເປັນທາງການ.